[[{"fid":"173","view_mode":"teaser","fields":{"format":"teaser","alignment":"","field_file_image_alt_text[und][0][value]":"Oxfam Logo","field_file_image_title_text[und][0][value]":"Oxfam Logo"},"type":"media","field_deltas":{"2":{"format":"teaser","alignment":"","field_file_image_alt_text[und][0][value]":"Oxfam Logo","field_file_image_title_text[und][0][value]":"Oxfam Logo"}},"attributes":{"alt":"Oxfam Logo","title":"Oxfam Logo","class":"media-element file-teaser","data-delta":"2"}}]]ປະກາດຮັບສະຫມັກ
ຄູຝືກຈາກອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມແຜນງານ ສ້າງຄວາມເຂັ້ມແຂງ ຝືກອົບຮົມ ການເຮັດບົດວິໃຈແບບປະຕິບັດຕົວຈິງ.
ຫົວຂໍ້ທີ່ຕ້ອງການຄູຝືກຫລັກ.
- ປະເມີນຄວາມຕ້ອງການຂອງຊຸມຊົນ ໂດຍໃຊ້ເຄື່ອງມື ການຈັດຕັ້ງປະຕິບັດຕົວຈິງວຽກງານບົດບາດຍິງຊາຍ ( Gender Action Learning System)
- ການເຮັດວິໃຈແບບປະຕິບັດຕົວຈິງ Action Research ( Thaiban Research)
- ເຕັກນິກການວິເຄາະ ( Power mapping )
- ການອອກແບບສຳຫລວດຄວາມຄິດເຫັນຂອງຊຸມຊົນ Public Perception survey
- ການສື່ສານເພື່ອການພັດທະນາ (ເຕັກນິການຂຽນເລື່ອງ,ການຖ່າຍພາບນີ້ງ, VDO Photo Voice, Poster,Comic) Most Significant Change VDOs
- ການຂຽນບົດສະເຫນີໂຄງການຂະຫນາດນ້ອຍ
- ການຝືກອົບຮົມບໍລິຫານໂຄງການຂະຫນາດນ້ອຍ
ໄລຍະເວລາ
- 16/10/2018 – 24/02/2019
ຂັ້ນຕອນໃນການຮັບສະຫມັກ
- ອົງການຈັດຕັ້ງທາງສັງຄົມ ທີ່ມີຄວາມສົນໃຈໃນການເປັນຄູຝືກ ໃນຫົວຂໍ້ດັ່ງກ່າວ ຂຽນ ຫນັງສືສະແດງຄວາມສົນໃຈເປັນພາສາ ລາວ ຫລື ອັງກິດ ກ່ຽວກັບປະສົບການທີ່ອົງການຈັດຕັ້ງທາງສັງຄົມ ເຄີຍຝືກໃນຫົວຂໍ້ດັ່ງກ່າວ ພ້ອມດ້ວຍຄ່າຝືກອົບຮົມຕໍ່ມື້ ເປັນ ເງີນໂດລາ
- ຄັດເລືອກຮອບທີ1ເພື່ອຜ່ານເຂົ້າສຳພາດ
- ສຳພາດຜູ້ທີ່ຜ່ານການຄັດເລືອກ
- ແຈ້ງຜົນຂອງການສຳພາດ
ເງື່ອນໄຂຂອງຜູ້ສະຫມັກ
- ອົງການຈັດຕັ້ງທາງສັງຄົມ ( CSOs ) ທີ່ໄດ້ຂື້ນທະບຽນຢ່າງເປັນທາງການ
- ມີປະສົບການເຮັດວຽກພັດທະນາເພື່ອກຸ່ມຄົນດ້ອຍໂອກາດໂດຍສະເພາະ ສິດສະເຫມີພາບຍິງ-ຊາຍ,ສິດທິເດັກ,ຜູ້ຕິດເຊື້ອ HIV/AIDS, ສິດທິຂອງຄົນພິການ, ສິ່ງແວດລ້ອມ,ກະສິກຳ, ຊາວກະສິກອນ ແລະ ອື່ນໆ
- ມີປະສົບການໃນການເປັນຄູຝືກໃນຫົວຂໍ້ ແລະ ການນຳໃຊ້ເຄື່ອງມື ເຊັ່ນວ່າ Gender Action Learning System, Thaiban Research,Power mapping,Public Perception survey ຢ່າງຫນ້ອຍ 1-2ປີ
ຫນ້າວຽກ:
- ອອກແບບການຮຽນການສອນ ພ້ອມດ້ວຍວິທີການແລະເຄື່ອງມືປະກອບການຮຽນການສອນ
- ຕິດຕາມປະເມີນການຮຽນຮູ້
- ຂຽນລາຍງານ
ເປີດຮັບສະຫມັກແຕ່ມື້ນີ້ຈົນເຖິງ ວັນທີ່ 5/10/2018
ສົນໃຈຫລືສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່
ເບີໂທ: 021 264224
ອິເມວ: Recruitment.Laos@oxfam.org