[[{"fid":"173","view_mode":"teaser","fields":{"format":"teaser","alignment":"","field_file_image_alt_text[und][0][value]":"Oxfam Logo","field_file_image_title_text[und][0][value]":"Oxfam Logo"},"type":"media","field_deltas":{"2":{"format":"teaser","alignment":"","field_file_image_alt_text[und][0][value]":"Oxfam Logo","field_file_image_title_text[und][0][value]":"Oxfam Logo"}},"attributes":{"alt":"Oxfam Logo","title":"Oxfam Logo","class":"media-element file-teaser","data-delta":"2"}}]]
ປະກາດຮັບສະຫມັກ
ນັກຮຽນຮູ້ ຈາກອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມແຜນງານ ສ້າງຄວາມເຂັ້ມແຂງ ຝືກອົບຮົມ ການເຮັດບົດວິໃຈແບບປະຕິບັດຕົວຈິງ. ຫລັງຈາກຝືກອົບຮົມແລ້ວ ນັກຮຽນຮູ້ຈະໄດ້ຂຽນບົດສະເຫນີໂຄງການຂະຫນາດນ້ອຍ ຫົວຂໍ້: “ວຽກງານສົ່ງເສີມນະໂຍບາຍ ແລະ ການມີສ່ວນຮ່ວມ ລະຫວ່າງຊຸມຊົນ ແລະ ອຳນາດການປົກຄອງຂັ້ນທ້ອງຖິ່ນ” ເພື່ອໄປ ທົດລອງໃນການຈັດຕັ້ງປະຕິບັດໃນໄລຍະ 12ເດືອນ ຫາ 24 ເດືອນ. ຂະຫນາດທືນ9,000-20,000 ເອີໂລ.
- ຂັ້ນຕອນໃນການຮັບສະຫມັກ
- ຂຽນ ຫນັງສືກ່ຽວກັບແນວຄວາມຄິດ ເປັນພາສາອັງກິດ 350 - 700ຄຳ(ສູງສຸດ) ( ຊື່ ອົງກອນ,ວຽກງານທີ່ເຮັດ, ກູ່ມເປົ້າຫມາຍ, ແຂວງໃດ, ອິງໃສ່ກຸ່ມເປົ້າຫມາຍຂອງທ່ານ ວຽກງານສົ່ງເສີມນະໂຍບາຍ ແລະ ການມີສ່ວນຮ່ວມ ລະຫວ່າງຊຸມຊົນ ແລະ ອຳນາດການປົກຄອງຂັ້ນທ້ອງຖິ່ນ ແມ່ນແນວໃດ? ຍ້ອນຫຍັງຈິ່ງມີຄວາມສຳຄັນ? ຄາດວ່າຜົນໄດ້ຮັບແມ່ນຫຍັງ?
- Write concepts/ideas in English, the theme ”small project to Support policy dialogue,” according to your target groups. What kind of project that will influence policy dialogue? And why? What is your expected outcomes of this project. ( Name of organisation, target groups, which provinces) Minimum 350- Max700 words
- ຄັດເລືອກແບບຟອມຜ່ານເຂົ້າສຳພາດ
- ສຳພາດຜູ້ທີ່ຜ່ານການຄັດເລືອກ
- ແຈ້ງຜົນຂອງການສຳພາດ
- ເງື່ອນໄຂຂອງຜູ້ສະຫມັກ
- ອົງການຈັດຕັ້ງທາງສັງຄົມ ( CSOs ) ທີ່ໄດ້ຂື້ນທະບຽນຢ່າງເປັນທາງການ
- ເຮັດວຽກພັດທະນາເພື່ອກຸ່ມຄົນດ້ອຍໂອກາດເຊັ່ນວ່າ ສິດສະເຫມີພາບຍິງ-ຊາຍ,ສິດທິເດັກ,ຜູ້ຕິດເຊື້ອ HIV/AIDS, ສິດທິຂອງຄົນພິການ, ສິ່ງແວດລ້ອມ,ກະສິກຳ, ຊາວກະສິກອນ ແລະອື່ນໆ ຢູ່ໃນແຂວງ ແຂວງວຽງຈັນ,ຊຽງຂວາງ,ບໍ່ແກ້ວ,ຄຳມ່ວນ,ສະຫວັນນະເຂດ,ສາລະວັນ.
- ອົງການຈັດຕັ້ງທາງສັງຄົມ ( CSOs ) ທີ່ສົນໃຈໃນວຽກພັດທະນາຊຸມຊົນ ແລະ ຢາກນຳບົດຮຽນໄປຂະຫຍາຍຜົນ ຜ່ານປະຕິບັດຕົວຈິງໃນກຸ່ມເປົ້າຫມາຍຂອງຕົນ
- ອົງການຈັດຕັ້ງທາງສັງຄົມ ( CSOs ) ສາມາດເລືອກພະນັກງານ 2 ຄົນຕໍ່ 1 ອົງກອນ ເຂົ້າຮ່ວມກິດຈະກຳໃນໄລຍະເວລາ ຂ້າງເທິງ
- ພະນັກງານ1ໃນ2 ທ່ານ ຕໍ່1ອົງກອນ ຕ້ອງມີຄວາມສາມາດໃນການສື່ສານພາສາອັງກິດພໍປານກາງ
- ຫົວຂໍ້ທີ່ຈະຝືກອົບຮົມ
- ປະເມີນຄວາມຕ້ອງການຂອງຊຸມຊົນ ໂດຍໃຊ້ເຄື່ອງມື ການຈັດຕັ້ງປະຕິບັດຕົວຈິງວຽກງານບົດບາດຍິງຊາຍ ( Gender Action Learning System)
- ການເຮັດວິໃຈແບບປະຕິບັດຕົວຈິງ Action Research ( Thaiban Research)
- ເຕັກນິກການວິເຄາະ ( Power mapping )
- ການອອກແບບສຳຫລວດຄວາມຄິດເຫັນຂອງຊຸມຊົນ Public Perception survey
- ການສື່ສານເພື່ອການພັດທະນາ (ເຕັກນິການຂຽນເລື່ອງ,ການຖ່າຍພາບນີ້ງ, VDO Photo Voice, Poster,Comic) Most Significant Change VDOs
- ການຂຽນບົດສະເຫນີໂຄງການຂະຫນາດນ້ອຍ
- ການຝືກອົບຮົມບໍລິຫານໂຄງການຂະຫນາດນ້ອຍ
- ໄລຍະເວລາເຂົ້າຮ່ວມ
- 16/10/2018 – 24/02/2019
- ການສະຫນັບສະຫນູນ
- ທາງໂຄງການ ຈະອຳນວຍຄວາມສະດວກໃນການເດີນທາງ ຄ່າທີ່ພັກ ອຳນວຍຄວາມສະດວກໃຫ້ຜູ້ທີ່ມາຈາກຕ່າງແຂວງເຂົ້າຮ່ວມຕັ້ງແຕ່ຕົ້ນຈົນຈົບຫລັກສູດ
- ມີອາຫານ ສຳລັບຜູ້ທີ່ເຂົ້າຮ່ວມຝືກອົບຮົບຕະຫລອດໄລຍະການຝືກ
ເປີດຮັບສະຫມັກແຕ່ມື້ນີ້ຈົນເຖິງ ວັນທີ່ 5/10/2018
ສົນໃຈຫລືສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່
ເບີໂທ: 021 264224
ອິເມວ: Recruitment.Laos@oxfam.org