On September 7, 2018, the Oxfam team had a great time facilitating a training session on river mapping to students. The workshop was held at the training center of PADETC, Ban Nahoy, Sangthong District, Vientiane.
Several activities were put on and many related topics were discussed including crop cultivation, fishing, tourism, livelihood, etc. The discussions were lively. In brief, it was all to illustrate the importance of the river to those living near it and how changes on-land could also affect what happens to the river.
In addition, Oxfam encouraged students to consider gender inclusiveness. As a result, the students discussed and considered the roles of men and women in village activities and the impact that a dam could have to both the people and the river. After some analysis, one student exclaimed, "Once the dam is constructed, I think women will be affected more than men". Another student went on to say "I think this activity is useful because it helps us to know about gender roles".
Students also enjoyed the opportunity to be artistic as one of the activities included drawing the Ton River and surrounding area. It was a wonderful display of knowledge of the local environment by the students.
ເລື່ອງທີ 1 - ແຜນທີ່ແມ່ນໍ້າ - ການຮູ້ເຖິງຄຸນຄ່າໃນສິ່ງທີ່ແມ່ນໍ້າມອບໃຫ້ແກ່ຊຸມຊົນທ້ອງຖິ່ນ
ໃນວັນທີ 7 ກັນຍາ 2018, ທີມງານຂອງອົງການ Oxfam ມີຄວາມຍິນດີທີ່ໄດ້ຊີ້ນໍາການອົບຮົມສໍາມະນາ ກ່ຽວກັບ ການສ້າງແຜນທີແມ່ນໍ້າໃຫ້ແກ່ບັນດານ້ອງນັກຮຽນ. ການຝຶກອົບຮົມດັ່ງກ່າວແມ່ນໄດ້ຈັດຂຶ້ນຢູ່ທີ່ສູນ PADETC ບ້ານນາຫອຍ, ເມືອງສັງທອງ, ແຂວງວຽງຈັນ.
ໃນມື້ນັ້ນ ໄດ້ມີການຈັດຕັ້ງປະຕິບັດໃນຫຼາຍກິດຈະກໍາ ແລະ ສົນທະນາໃນຫຼາກຫຼາຍຫົວຂໍ້ທີ່ກ່ຽວຂ້ອງ ກໍ່ຄື ການເກັບກ່ຽວຜົນລະປູກ, ການຫາປາ, ການທ່ອງທ່ຽວ, ວິຖີຊີວິດ ແລະ ອື່ນໆ. ການປຶກສາຫາລືແມ່ນໄດ້ດໍາເນີນໄປດ້ວຍບັນຍາກາດອັນຄຶກຄື້ນ. ໂດຍລວມ ການຝຶກອົບຮົມສໍາມະນາຄັ້ງນີ້ແມ່ນໄດ້ສະແດງໃຫ້ເຫັນເຖິງຄວາມສໍາຄັນຂອງແມ່ນໍ້າລໍາເຊທີ່ມີຕໍ່ຜູ້ທີ່ດໍາລົງຊີວິດຢູ່ໃກ້ແມ່ນໍ້າ ແລະ ການປ່ຽນແປງທີ່ເກີດຂຶ້ນຢູ່ເທິງບົກໄດ້ສົ່ງຜົນກະທົບຫຍັງແດ່ໃຫ້ກັບແມ່ນໍ້າ.
ພ້ອມດຽວກັນນັ້ນ ອົງການ Oxfam ຍັງໄດ້ກະຕຸກຊຸກຍູ້ໃຫ້ບັນດານ້ອງນັກຮຽນພິຈາລະນາເຖິງການມີສ່ວນຮ່ວມຂອງຍິງຊາຍ. ຜົນທີ່ໄດ້ຮັບ ບັນດານ້ອງນັກຮຽນໄດ້ມີການສົນທະນາ ແລະ ຄໍານຶງ ເຖິງ ບົດບາດຂອງຜູ້ຍິງ ແລະ ຜູ້ຊາຍ ຕໍ່ກັບ ກິດຈະກໍາຕ່າງໆ ໃນໝູ່ບ້ານ ແລະ ຜົນກະທົບຈາກເຂື່ອນ ທີ່ມີຕໍ່ກັບ ປະຊາຊົນ ແລະ ແມ່ນໍ້າ. ພາຍຫຼັງການການວິເຄາະ, ໄດ້ມີນັກຮຽນຄົນໜຶ່ງກ່າວວ່າ "ພາຍຫຼັງທີ່ໄດ້ມີການສ້າງເຂື່ອນ ຂ້າພະເຈົ້າຄິດວ່າຜູ້ຍິງຈະໄດ້ຮັບຜົນກະທົບຫຼາຍກວ່າຜູ້ຊາຍ". ແລະ ກໍ່ມີນັກຮຽນອີກຜູ້ໜຶ່ງກ່າວຕໍ່ວ່າ "ຂ້າພະເຈົ້າຄິດວ່າກິດຈະກໍານີ້ເປັນປະໂຫຍດ ເພາະວ່າມັນຊ່ວຍໃຫ້ພວກເຮົາໄດ້ຮຽນຮູ້ກ່ຽວກັບບົດບາດຍິງຊາຍ".
ບັນດາກິດຈະກໍາດັ່ງກ່າວນີ້ ຍັງເຮັດໃຫ້ນ້ອງນັກຮຽນມີຄວາມເບີກບານ ທີ່ໄດ້ມີໂອກາດເປັນນັກສິນລະປະ ເນື່ອງຈາກວ່າໜຶ່ງໃນກິດຈະກໍາ ກໍ່ຄື ການແຕ້ມຮູບແມ່ນໍ້າຕົ້ນ ແລະ ພື້ນທີ່ອ້ອມຂ້າງ ຊຶ່ງກິດຈະກໍາການແຕ້ມຮູບນີ້ໄດ້ສະທ້ອນໃຫ້ເຫັນເຖິງຄວາມຮັບຮູ້ ກ່ຽວກັບສິ່ງແວດລ້ອມໃນທ້ອງຖິ່ນ ຂອງບັນດານ້ອງນັກຮຽນ.